ທີ່ຕັ້ງ ແລະ ຈຸດພິເສດຂອງແຂວງ
ຄະນະພັກຄະນະພະແນກສາທາລະນະສຸກ ແຂວງ ຍາມໃດກໍໄດ້ປະຕິບັດໜ້າທີ່ພາລະບົດບາດທີ່ສຳຄັນໃນລະບົບການນຳພາຂອງພັກທັງເປັນແກ່ນນຳເຕົ້າໂຮມຄວາມສາມັກຄີໃນລະບົບການເມືອງຢູ່ພະແນກສາທາລະນາສຸກແຂວງ, ຮັບຜິດຊອບໂດຍກົງຕໍ່ຄະນະປະຈຳພັກແຂວງ ແລະ ຄະນະພັກກະຊວງສາທາລະນາສຸກໃນນາມສາຍຕັ້ງ, ເພື່ອຊີ້ນໍາ-ນຳພາຮອບດ້ານເຊັ່ນ: ດ້ານການເມືອງແນວຄິດ, ການຈັດຕັ້ງ; ວຽກງານວິຊາສະເພາະ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານອົງການຈັດຕັ້ງມະຫາຊົນທັງເປັນຕົວແທນແຫ່ງສະຕິປັນຍາ,ໃນການພັດທະນາຂະແໜງສາທາລະນາສຸກ, ພະແນກສາທາລະນາສຸກແຂວງ, ແມ່ນອົງການບໍລິຫານລັດ ເຊີ່ງມີຖັນແຖວສະມາຊີກພັກພະນັກງານລັດຖະກອນຫຼາຍພໍສົມຄວນ ແລະ ສວ່ນໃຫ່ຍແມ່ນປັນຍາຊົນທີ່ມີຄວາມຮູ້ຄວາມສາມາດ, ມີແບບແຜນດຳລົງຊີວິດ ແລະ ຮູ້ພັດທະນາຕົົນເອງຕາມສະພາບແລະເງືື່ອນໄຂດ້ານຄວາມຮູ້ຄວາມສາມາດບົົນພື້ນຖານປະຕິບັັດລະບຽບກົດໝາຍຂອງບ້ານເມືອງແນວທາງນະໂຍບາຍຂອງພັກ-ລັດ,ການບໍລິການດ້ານສາທາລະນາສຸກ ແມ່ນຕິດພັນກັບປະຊາຊົນ ແລະ ສັງຄົມໂດຍກົງ.
ຄະນະພັກພະແນກ ຍາມໃດກໍໄດ້ຍົກສູງຄວາມສາມາດໃນການຊີ້ນຳ-ນຳພາຂອງຕົນຕໍ່ທຸກການເຄື່ອນໄຫວວຽກງານ ຂອງບັນດາການຈັດຕັ້ງໃນຂະແໜງສາທາລະນາສຸກ, ໂດຍສະເພາະແມ່ນການສືກສາອົບຮົມວຽກງານການເມືອງແນວຄິດ,ຕອ້ງທົ່ວເຖິງກັບແຕ່ລະເປົ້າໝາຍ ເພື່ອປັບປຸງທັດສະນະຫຼັກໝັ້ນ, ຄຸນສົມບັດສິນທຳປະຕິວັດ, ຈັນຍາທຳແພດໝໍ ເພື່ອເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ແລະ ໃຫ້ຄວາມໄວ້ວາງໃຈສູງຂື້ນ.
ຜ່ານການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກໃນໄລຍະຜ່ານມາ ຂອງພະແນກສາທາລະນະສຸກ ໂດຍອິງໃສ່ 8 ແຜນງານຍຸດທະສາດຂອງກະຊວງສາທາລະນາສຸກວາງອອກ, ຕິດພັນກັບການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດ, ດ້ານການພັດທະນາໃຫ້ມີຄວາມຍຶນຍົງ,ມີທັງຂໍ້ສະດວກສີ່ງອຳນວຍຫຼາຍປະການ, ມີທັງຂໍ້ຫຍູ້ງຍາກ ແລະ ສີ່ງທ້າທາຍຍອ້ນວ່າສະພາບ ເສດຖະກິດມີການຜັນແປ, ດິນຟ້າອາກາດມີການປ່່ຽນແປງ ເຮັດໃຫ້ເກີດ ໄພພິບັດທາງທຳມະຊາດ ແລະການລະບາດຂອງພະຍາດອັນເປັນໄພຂົ່ມຂູ່ຕໍ່ຊີວິດ ແລະ ສຸຂະພາບຂອງປະຊາຊົນ,ເຊີ່ງໄດ້ສົ່ງຜົນສະທອ້ນຕໍ່ການພັດທະນາເສດຖະກິດ-ສັງຄົມລະດັບປະເທດ ເວົ້າລວມ, ໂດຍສະເພາະແມ່ນຢູ່ແຂວງເຊກອງພວກເຮົາ.
ເຖິງວ່າຢູ່ແຂວງເຊກອງມີຫຼາຍອັນທີ່ຫຍູ້ງຍາກສັບສົນຄືແນວນັ້ນກໍ່ຕາມ ແຕ່ພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດຂອງຄະນະປະຈຳພັກແຂວງ ແລະກະຊວງສາທາລະນາສຸກ, ບວກກັບຄວາມເປັນເຈົ້າການຄວາມສາມັກຄີເປັນເອກະພາບອັນໜັກແໜ້ນ ພາຍໃນ,ພະນັກງານລັດຖະກອນ,ໄດ້ພອ້ມກັນສູ້ຊົນບຸກບຶນຜ່ານຜ່າຄວາມຫຍູ້ງຍາກນາໆປະການ, ນຳພາຈັດຕັ້ງປະຕິບັດວຽກງານສາທາລະນາສຸກແຕ່ລະດ້ານ ຕາມແຜນຍຸດທະສາດຂອງກະຊວງສາທາລະນະສຸກ, ຂອງພະແນກສາທາລະນະສຸກ, ດ້ວຍຄວາມຮັບຜິດຊອບສູງ ແລະມີຜົນສຳເລັດ ຕາມລະດັບຄາດໝາຍ ທີ່ໄດ້ວາງໄວ້ໃນແຕ່ລະດ້ານ
- ດ້ານການເມືອງນຳພາແນວຄິດ:
ຕະຫຼອດໄລຍະຜ່ານມາຄະນະນຳ ພະແນກສາທາລະນາສຸກ ໄດ້ຖືເອົາວຽກງານການສືກສາອົບຮົມດ້ານການເມືອງແນວຄິດ ເປັນວຽກງານໜື່ງທີ່ສຳຄັນ ແລະຕົ້ນຕໍ , ເຊີ່ງໄດ້ເປັນເຈົ້າການເຜີຍແຜ່ ແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ,ມະຕິເລກທີ 03 /ກມສພວ່າດວ້ຍ : ຫັນແຂວງເປັນຫົວໜວ່ຍຍຸດທະສາດ ຫັນເມືອງເປັນຫົວໜວ່ຍເຂັ້ມແຂງຮອບດ້ານ ແລະ ຫັນບ້ານໃຫ້ເປັນຫົວໜວ່ຍພັດທະນາ, ຄຳສັ່ງເລກທີ 11 , 21 /ຄລສພ ແລະ ຄຳສັ່ງເລກທີ 16 /ນຍ , ຮ່ຳຮຽນຄຸນສົມບັດສີນທຳປະຕິວັດຂອງປະທານໄກສອນ ພົມວີຫານ ແລະ ຜູ້ນຳພັກ-ລັດອື່ນໆ; ຈັດຕັ້ງປາຖະກາະຖາ ເລົ່າມູນເຊື້ອວັນປະຫວັດສາດອັນສຳຄັນຂອງພັກ- ລັດ ໄດ້ 9 ຄັ້ງ,ເຊີ່ງມີຜູ້ເຂົ້າຮວ່ມທັງໝົດ 650 ເທື່ອຄົນ, ຍິງ 448 ເທື່ອຄົນ. ຜ່ານການຮ່ຳຮຽນ ແລະສືກສາອົບຮົມດ້ານການເມືອງນຳພາແນວຄິດໃນທຸກຮູບແບບ ແລະ ຫຼາຍວິທີການ ເຮັດໃຫ້ສະມາຊີກພັກພະນັກງານລັດຖະກອນທົ່ວຂະແໜງສາທາລະນາສຸກມີຄວາມຮັບຮູ້ໜັກແໜ້ນທາງດ້ານການເມືອງ ແລະ ເຂັ້ມແຂງດ້ານການຈັດຕັ້ງ,ມີຄວາມອູ່ນອ່ຽນທຸນທ່ຽງ ເຊື່ອໝັ້ນຕໍໍ່ການນຳພາຂອງພັກຢ່າງສະເໝີຕົ້ນສະເໝີປາຍ,ເຮັດສຳເລັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ ແລະ ເຮັດໃຫ້ພະນັກງານ-ລັດຖະກອນມີຄວາມຮັບຮູ້ ເຊື່ອມຊຶມເຂົ້າໃຈໃນຄວາມເປັນຊາດ ແລະ ການເສຍສະຫຼະຂອງບັນພະບູລຸດລາວ ທຸກຍຸກທຸກສະໄໝ.
ການຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານວິຊາສະເພາະ:
ຄະນະພັກ-ຄະນະພະແນກສາທາລະນະສຸກແຂວງ ໄດ້ເອົາໃຈໃສຊີ້ນຳ-ນຳພາຢ່າງໃກ້ຊິດ ແລະ ແທດເຖິງ ເຮັດໃຫ້ການບໍລິການດ້ານສາທາລະນາສຸກໄດ້ຂະຫຍາຍຕົວຢ່າງກວ້າງຂວາງບົນພື້ນຖານການເຊື່ອມຊືມ ແລະກຳແໜ້ນເນື້ອໃນຈິດໃຈ ຂອງມະຕິກອງປະຊູມໃຫ່ຍຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ,ມະຕິກອງປະຊູມໃຫ່ຍຄັ້ງທີ IX ຂອງອົງຄະນະພັກແຂວງກໍ່ຄືມະຕິກອງປະຊູມໃຫ່ຍຄັ້ງທີ II ຂອງຄະນະພັກຮາກຖານພະແນກສາທາລະນາສຸກແຂວງວາງອອກ. ຄະນະພັກຮາກຖານໄດ້ອອກແຮງຈັດຕັ້ງປະຕິບັດຄົ້ນຄວ້າຫັນເປັນນະໂຍບາຍ ເປັນຍຸດທະສາດ ເປັນແຜນການ ແລະໂຄງການອັນລະອຽດຕາມ 8 ແຜນງານ ແລະບັນດາໂຄງການບູລິມະສິດ ເພື່ອເຮັດໃຫ້ບັນລຸເປົ້າໝາຍສະຫັດສະວັດ ເພື່ອການພັດທະນາຮອດປີ 2015, ຄະນະພັກຄະນະພະແນກໄດ້ປັບປຸງ ຂອດການບໍລິການຢູ່ໂຮງໝໍແຫ່ງຕ່າງໆໃຫ້ມີຄຸນນະພາບດີກວ່າເກົ່າ,ນອກຈາກນັ້ັ້ນແລ້ວຍັງໄດ້ຈັດຕັ້ງນຳພາຕໍ່ຂະບວນການຕ່າງໆໃນການປະຕິບັດວຽກງານວິຊາສະເພາະໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ,