ທີ່ຕັ້ງ ແລະ ພາລະບົດບາດ
ບົດບາດການຊີ້ນຳ-ນຳພາ
ຄະນະພັກ ຄະນະພະແນກສາທາລະນະສຸກແຂວງ ຍາມໃດກໍໄດ້ປະຕິບັດໜ້າທີ່ພາລະບົດບາດທີ່ສຳຄັນໃນລະບົບການນຳພາຂອງພັກທັງເປັນແກ່ນນຳເຕົ້າໂຮມຄວາມສາມັກຄີ ໃນລະບົບການເມືອງຢູ່ພະແນກສາທາລະນາສຸກແຂວງ, ຮັບຜິດຊອບໂດຍກົງຕໍ່ຄະນະປະຈຳພັກແຂວງ ແລະ ຄະນະພັກກະຊວງສາທາລະນາສຸກໃນນາມສາຍຕັ້ງ, ເພື່ອຊີ້ນໍາ-ນຳພາຮອບດ້ານເຊັ່ນ: ດ້ານການເມືອງແນວຄິດ, ການຈັດຕັ້ງ; ວຽກງານວິຊາສະເພາະ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານອົງການຈັດຕັ້ງມະຫາຊົນທັງເປັນຕົວແທນແຫ່ງສະຕິປັນຍາ, ໃນການພັດທະນາຂະແໜງສາທາລະນາສຸກ, ພະແນກສາທາລະນາສຸກແຂວງ, ແມ່ນອົງການບໍລິຫານລັດ ເຊີ່ງມີຖັນແຖວສະມາຊີກພັກພະນັກງານລັດຖະກອນຫຼາຍພໍສົມຄວນ ແລະ ສວ່ນໃຫ່ຍແມ່ນປັນຍາຊົນທີ່ມີຄວາມຮູ້ຄວາມສາມາດ, ມີແບບແຜນດຳລົງຊີວິດ ແລະ ຮູ້ພັດທະນາຕົົນເອງຕາມສະພາບແລະເງືື່ອນໄຂດ້ານຄວາມຮູ້ຄວາມສາມາດບົົນພື້ນຖານປະຕິບັັດລະບຽບກົດໝາຍຂອງບ້ານເມືອງ ແນວທາງນະໂຍບາຍຂອງພັກ-ລັດ,ການບໍລິການດ້ານສາທາລະນາສຸກ ແມ່ນຕິດພັນກັບປະຊາຊົນ ແລະ ສັງຄົມໂດຍກົງ.
ຄະນະພັກພະແນກ ຍາມໃດກໍໄດ້ຍົກສູງຄວາມສາມາດໃນການຊີ້ນຳ-ນຳພາຂອງຕົນຕໍ່ທຸກການເຄື່ອນໄຫວວຽກງານ ຂອງບັນດາການຈັດຕັ້ງໃນຂະແໜງສາທາລະນາສຸກ, ໂດຍສະເພາະແມ່ນການສືກສາອົບຮົມວຽກງານການເມືອງແນວຄິດ,ຕອ້ງທົ່ວເຖິງກັບແຕ່ລະເປົ້າໝາຍ ເພື່ອປັບປຸງທັດສະນະຫຼັກໝັ້ນ, ຄຸນສົມບັດສິນທຳປະຕິວັດ, ຈັນຍາທຳແພດໝໍ ເພື່ອເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ແລະ ໃຫ້ຄວາມໄວ້ວາງໃຈສູງຂື້ນ.
ຜ່ານການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກໃນໄລຍະຜ່ານມາ ຂອງພະແນກສາທາລະນະສຸກ ໂດຍອິງໃສ່ 8 ແຜນງານຍຸດທະສາດຂອງກະຊວງສາທາລະນາສຸກວາງອອກ, ຕິດພັນກັບການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດ, ດ້ານການພັດທະນາ ໃຫ້ມີຄວາມຍຶນຍົງ,ມີທັງຂໍ້ສະດວກສີ່ງອຳນວຍຫຼາຍປະການ, ມີທັງຂໍ້ຫຍູ້ງຍາກ ແລະ ສີ່ງທ້າທາຍຍອ້ນວ່າສະພາບ ເສດຖະກິດມີການ ຜັນແປ, ດິນຟ້າອາກາດມີການປ່່ຽນແປງ ເຮັດໃຫ້ເກີດ ໄພພິບັດທາງທຳມະຊາດ ແລະການລະບາດຂອງພະຍາດອັນເປັນໄພຂົ່ມຂູ່ຕໍ່ຊີວິດ ແລະ ສຸຂະພາບຂອງປະຊາຊົນ,ເຊີ່ງໄດ້ສົ່ງຜົນສະທອ້ນຕໍ່ການພັດທະນາເສດຖະກິດ-ສັງຄົມລະດັບປະເທດ ເວົ້າລວມ, ໂດຍສະເພາະແມ່ນຢູ່ແຂວງເຊກອງພວກເຮົາ.
ເຖິງວ່າຢູ່ແຂວງເຊກອງມີຫຼາຍອັນທີ່ຫຍູ້ງຍາກສັບສົນຄືແນວນັ້ນກໍ່ຕາມ ແຕ່ພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດຂອງຄະນະປະຈຳພັກແຂວງ ແລະກະຊວງສາທາລະນາສຸກ, ບວກກັບຄວາມເປັນເຈົ້າການຄວາມສາມັກຄີເປັນເອກະພາບອັນໜັກແໜ້ນ ພາຍໃນ,ພະນັກງານລັດຖະກອນ,ໄດ້ພອ້ມກັນສູ້ຊົນບຸກບຶນຜ່ານຜ່າຄວາມຫຍູ້ງຍາກນາໆປະການ, ນຳພາຈັດຕັ້ງປະຕິບັດວຽກງານສາທາລະນາສຸກແຕ່ລະດ້ານ ຕາມແຜນຍຸດທະສາດຂອງກະຊວງສາທາລະນະສຸກ, ຂອງພະແນກສາທາລະນະສຸກ, ດ້ວຍຄວາມຮັບຜິດຊອບສູງ ແລະມີຜົນສຳເລັດ ຕາມລະດັບຄາດໝາຍ ທີ່ໄດ້ວາງໄວ້ໃນແຕ່ລະດ້ານ