ຂະແໜງອາຫານ ແລະ ຢາ
ວຽກງານປົກປ້ອງຜູ້ບໍລິໂພກ ອາຫານ ແລະ ຢາ
ວຽກງານອາຫານ ແລະ ຢາແມ່ນວຽກງານໜື່ງທີ່ເປັນໝາກຫົວໃຈໃນການບໍລິຫານສາທາລະນະສຸກໂດຍສະເພາະ ເພື່ອຕອບສະໜອງດ້ານຢາ ແລະ ອຸປະກອນການເເພດໃຫ້ພຽງພໍຕາມຄວາມຕ້ອງການຂອງຈຸດບໍລິການສາທາລະນະສຸກແຕ່ລະແຫ່ງ, ຕາມແນວທາງນະໂຍບາຍຂອງພັກທີ່ເວົ້າວ່າ: ສືບຕໍ່ພັດທະນາຄົນເຮັດໃຫ້ປະຊາຊົນລາວບັນດາເຜົ່າມີສຸຂະພາບດີ, ແຂງແຮງສາມາດຕ້ານທານກັບໂລກພະຍາດ ດ້ວຍການສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າເຖິງການບໍລິການສາທາລະນະສຸກດີຂື້ນ, ຂະຫຍາຍຕ່າງໜ່າງການບໍລິການ ແລະ ການແຈກຍາຍຢາ ແລະ ອຸປະກອນການແພດຕິດພັນກັບການສືກສາອົບຮົມດ້ານຈັນຍາທຳ ແລະ ນ້ຳໃຈຮັບໃຊ້ປະຊາຊົນ, ປະຕິບັດນະໂນບາຍປິ່ນປົວເສຍຄ່າ ແລະ ບໍ່ເສຍຄ່າໃຫ້ແຕ່ລະເປົ້າໝາຍຢ່າງຈະແຈ້ງ, ໂດຍສະເພາະແມ່ນຫຼຸດຜ່ອນການຕາຍຂອງແມ່ ແລະ ເດັກ. ສາຍຕັ້ງຂື້ນກັບກົມອາຫານ ແລະ ຢາ.
- ຂໍ້ມູນສະຖານທີ່ບໍລິການສາທາລະນະສຸກ
- ໂຮງໝໍແຂວງ 1 ແຫ່ງ(75 ຕຽງ)
- ຮງໝໍເສນາຮັກ 1 ແຫ່ງ(30 ຕຽງ)
- ໂຮງໝໍເມືອງ 3 ແຫ່ງ (30 ຕຽງ)
- ສຸກສາລາ 28 ແຫ່ງ
- ຖົງຢາປະຈໍາບ້ານ 56 ຖົງ
- ຮ້ານຂາຍຢາເອກະຊົນ 30 ຮ້ານ, ຮ້ານຂັ້ນ 01 ມີ 9 ຮ້ານ, ຮ້ານຂັ້ນ 02 ມີ 9 ຮ້ານ, ຮ້ານຂັ້ນ 03 ມີ 12 ຮ້ານ.
- ກອງທຶນຢາໝຸນວຽນ 36 ແຫ່ງ
- ຂໍ້ມູນສະຖານທີ່ບໍລິການດ້ານອາຫານ
- ຮງງານຜະລິດນໍ້າດື່ມ 8 ແຫ່ງ
- ໂຮງງານນໍ້າກ້ອນອະນາໄມ 4 ແຫ່ງ, ໂຮງງານນໍ້າກ້ອນບົດ 01 ແຫ່ງ
- ໂຮງງານຕົ້ມເຫຼົ້າ 4 ແຫ່ງ
- ໂຮງງານຜະລິດເຂົ້າປຸ່ນຂະໜາດນ້ອຍ 2 ແຫ່ງ
- ໂຮງງານຜະລິດເຂົ້າຈີ່ຂະໜາດນ້ອຍ 1 ແຫ່ງ
- ຮ້ານອາຫານໂຮງແຮມ 3 ແຫ່ງ
- ຮ້ານອາຫານແຄມທາງ 15 ແຫ່ງ
- ຮ້ານຂາຍອາຫານສົດ 10 ແຫ່ງ
- ຮ້ານຂາຍເຄື່ອງຫຍ່ອຍ 17 ແຫ່ງ